ເພື່ອເປັນການທົບທວນ ແລະ ປະເມີນຄືນຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການໂຊລາ (SOLAR) ໃນໄລຍະທີ່ຜ່ານມາ ກ່ຽວກັບວຽກງານປົກປ້ອງທາງສັງຄົມ ສໍາລັບຊາວສວນຊາ ແລະ ກາເຟ ພາຍໃຕ້ການ ສະໜັບສະໜູນຂອງ ອົງການແຮງງານສາກົນ (ILO), ພ້ອມທັງເປັນການລາຍງານ ແລະ ປຶກສາຫາລືກັບຮ່ວມກັບຄູ່ຮ່ວມງານສາມຝ່າຍທັງຂັ້ນແຂວງ ແລະ ຂັ້ນເມືອງ ທີ່ໄດ້ມີສ່ວມຮ່ວມໃນປະຕິບັດບັນດາກິດຈະກໍາຂອງໂຄງການ ດັ່ງກ່າວ, ທັງນີ້ກໍ່ເພື່ອເປັນການຖອດຖອນບົດຮຽນ ແລະ ສັງລວມຂໍ້ມູນທີ່ຈໍາເປັນເຂົ້າໃນການຄົ້ນຄ້ວາ ແລະ ສ້າງຄວາມພ້ອມໃນການດໍາເນີນໂຄງການໂຊລາ ໃຫ້ມີຜົນສໍາເລັດຢ່າງເປັນຮູບປະທໍາໃນຕໍ່ໜ້າ ເວົ້າລວມ ເວົ້າສະເພາະ ກໍ່ຄື ເຮັດໃຫ້ຊາວສວນຊາ ແລະ ກາເຟ ໄດ້ຮັບການຄູ້ມຄອງດູແລທາງດ້ານສະຫວັດດີການສັງຄົມ, ຄວາມປອດໄພ ແລະ ສິດທິດຕ່າງຢ່າງສະເໝີພາບໃນສັງຄົມ.
 
ໃນວັນທີ 08 ມິຖຸນາ 2023 ທີ່ ໂຮງແຮມ ຈໍາປາສັກ ແກຣນ ແຂວງຈໍາປາສັກ, ໄດ້ມີກອງປະຊຸມການຫຼຸດຜ່ອນຄວາມສ່ຽງໃນ ສປປ ລາວ ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ລະບົບປົກປ້ອງທາງສັງຄົມ ແລະ ສິດທິດ້ານແຮງງານ ສໍາລັບຊາວກະສິກອນສວນຊາ ແລະ ກາເຟ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີທ່ານ ຄໍາຈັນ ສີວັນທອງ ຮອງຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ນາງ ເລີຟລິນເດ ຜູ້ບໍລິຫານໂຄງການ ອົງການແຮງງານສາກົນ, ເຂົ້າຮ່ວມມີບັນດາຄູ່ຮ່ວມງານທີ່ເປັນຜູ້ຕາງໜ້າສາມຝ່າຍ, ມີຕາງໜ້າຈາກພະແນກ ຮສສ ແຂວງ, ຫ້ອງການ ຮສສ ເມືອງ, ພະແນກສາທາລະນະສຸກແຂວງ, ສະຫະພັນກໍາມະບານແຂວງ ແລະ ເມືອງ, ສະຫະພັນແມ່ຍິງແຂວງ ແລະ ເມືອງ, ຫ້ອງການປະກັນສັງຄົມແຂວງ 3 ແຂວງ, ມີບັນດາທ່ານຮອງເຈົ້າເມືອງ, ສະພາການຄ້າ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາສະມາຄົມ ແລະ ກຸ່ມການຜະລິດກາເຟ (ໂຄງການ PCP), ອົງການແຮງງານສາກົນ ແລະ ອົງການອ໋ອກຟາມ ເຂົ້າຮ່ວມທັງໝົດເກືອບ 70 ທ່ານ.
 
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການນໍາສະເໜີແຜນການໃນຕໍ່ໜ້າພາຍໃຕ້ກິດຈະກໍາຂອງອົງການແຮງງານສາກົນ ໂດຍທ່ານ ນາງ ແວວມະນີ ຄໍາຜາຍ ຫົວໜ້າພະແນກແຜນການ ຂອງ ອົງການປະກັນສັງຄົມແຫ່ງຊາດ ແລະ ການນໍາສະເໜີຄວາມຄືບໜ້າຂອງໂຄງການ ແລະ ແຜນການໃນຕໍ່ໜ້າພາຍໃຕ້ກິດຈະກໍາ ຈາກຜູ້ຕາງໜ້າຂອງອົງການອ໋ອກຟາມ. ນອກນັ້ນ ຍັງໄດ້ມີການຈັດແບ່ງຜູ້ເຂົ້າຮ່ວມອອກເປັນ 3 ກຸ່ມ ໂດຍຜູ້ຕາງໜ້າສາມຝ່າຍທີ່ມາຈາກ 3 ແຂວງ ຄື: ຈໍາປາສັກ, ສາລະວັນ ແລະ ເຊກອງ ໃນການລະດົມສະໝອງເຂົ້າໃນຫົວຂໍ້ “ການປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການໂຊລາໄລຍະທີ່ຜ່ານມາ ແລະ ຂໍ້ສະເໜີ, ການຮ່ວມມືຕ່າງໆ ເພື່ອເຮັດໃຫ້ໂຄງການດັ່ງກ່າວບັນລຸເປົ້າໝາຍທີ່ວາງໄວ້” ເຊິ່ງແຕ່ລະກຸ່ມໄດ້ຜັດປ່ຽນກັນຂື້ນນໍາສະເໜີບັນຫາ ແລະ ແລກປ່ຽນຄວາມຄິດຄໍາເຫັນຢ່າງກົງໄປກົງມາໃນທາງສ້າງສັນດ້ວຍຄວາມເອົາໃຈໃສ່ ໂດຍການຕີລາຄາສູງຈາກຄະນະປະທານ ພ້ອມທັງສັງລວມ ແລະ ຮັບເອົາບັນຫາທັງໝົດໃນທີ່ປະຊຸມເຂົ້າໃນການຄົ້ນຄ້ວາ ແລະ ປັບປຸງແຜນກິດຈະກໍາສໍາລັບໂຄງການໃນຕໍ່ໜ້າ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)