ເພື່ອຮັບປະກັນໃນດ້ານລະບຽບການ ແລະ ການຄຸ້ມຄອງດູແລຜູ້ປະກັນຕົນພາຍໃຕ້ລະບົບປະກັນສັງຄົມ ເວົ້າລວມ ເວົ້າສະເພາະ ກໍ່ຄື ຜູ້ປະກັນຕົນທີ່ສູນເສຍກໍາລັງແຮງງານ ທີ່ບໍ່ສາມາດອອກແຮງງານໄດ້ປົກກະຕິ ໃຫ້ມີຄວາມສອດຄ່ອງ ເໝາະສົມ ໃນແຕ່ລະໄລຍະ. ໃນວັນທີ 7- 8 ມິຖຸນາ 2023 ທີ່ ແຂວງຈໍາປາສັກ ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ພະແນກສາທາລະນະສຸກ ແຂວງຈຳປາສັກ ສົມທົບກັບ ຫ້ອງການປະກັນສັງຄົມແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມການຕີເປີເຊັນການແບ່ງຂັ້ນຂາດສະມັດຕະພາບແຮງງານຄົນເຈັບ-ພິການ ພາຍໃຕ້ການສະໜັບສະໜູນຂອງ ອົງການແຮງງານສາກົນ (ILO), ໂດຍການເປັນປະທານຮ່ວມຂອງທ່ານ ດຣ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ດຣ ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ, ມີບັນດາຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ ຂອງ ກະຊວງ ສາທາລະນະສຸກ ຂັ້ນສູນກາງ, ພະແນກສາທາແຂວງ, ຫ້ອງການສາທາເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ມີການນໍາສະເໜີບັນດາຫົວຂໍ້ສໍາຄັນຕ່າງໆຈາກພາກສ່ວນກ່ຽວຂ້ອງ ເຊັ່ນ: ນິຕິກໍາ ແລະ ລະບຽບການກ່ຽວກັບການປະກັນສັງຄົມ ຂອງ ປະກັນສັງຄົມ, ຄວາມເປັນມາຂອງປື້ມຄູ່ມືການຕີເປີເຊັນການແບ່ງຂັ້ນຂາດສະມັດຕະພາບແຮງງານ ຄົນເຈັບ-ພິການ ໂດຍກົມປິ່ນປົວ ແລະຟື້ນຟູໜ້າທີ່ການ, ເນື້ອໃນຄູ່ມືປະເມີນຕີເປີເຊັນລະບົບປະສາດ ແລະ ການຂຽນແບບຟອມ, ເນື້ອໃນຄູ່ມືການປະເມີຕີເປີເຊັນ ການເສຍອົງຄະ, ສູດການຄິດໄລ່ ແລະ ກໍລະນີສຶກສາ, ເນື້ອໃນຄູ່ມື ການປະເມີນຕີເປີເຊັນລະບົບພາຍໃນ, ເນື້ອໃນຄູ່ມືການປະເມີນຕີເປີເຊັນ ອາການຊຶມເສົ້າ ແລະ ອາການທາງຈິດ, ເນື້ອໃນຄູ່ມືປະເມີນຕີເປີເຊັນດ້ານສາຍຕາ ພ້ອມດຽວກັນນັ້ນ ຊຸດຝຶກອົບຮົມຍັງໄດ້ມີການສົນທະນາແລກປ່ຽນບັນຫາສໍາຄັນຕ່າງໆ ເພື່ອຄວາມເປັນເອກະພາບ.