ພິທີເປີດສູນປະກັນສັງຄົມເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດຂື້ນໃນວັນທີ 16 ມິຖຸນາ 2023, ໂດຍການເປັນປະທານຮ່ວມຂອງທ່ານ ກິສອນ ແສນປັນຍາ ກໍາມະການພັກເມືອງ ຮອງເຈົ້າເມືອງ ເມືອງຮຸນ, ທ່ານ ນາງ ສົມເພັດ ແສງດາລາ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີບັນດາຜູ້ຕາງໜ້າຈາກພະແນກການພາຍໃນເມືອງ, ບັນດາວິສາຫະກິດ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 13 ທ່ານ.
 
ໃນພິທີ, ທ່ານ ດຣ ດ້ວງ ເກນທະລັງສີ ຫົວໜ້າຫ້ອງການປະກັນສັງຄົມແຂວງອຸດົມໄຊ ໄດ້ຜ່ານວ່າດ້ວຍການອະນຸມັດໃຫ້ອົງການປະກັນສັງຄົມແຫ່ງຊາດເປີດສູນບໍລິການປະກັນສັງຄົມຢູ່ເມືອງຮຸນ ແຂວງອຸດົມໄຊ, ຈາກນັ້ນໄດ້ມີການກ່າວຮັບເອົາສູນບໍລິການປະກັນສັງຄົມ ໂດຍທ່ານຮອງເຈົ້າເມືອງ ເມືຶອງຮຸນ ແລະ ມອບຕໍ່ໃຫ້ຫ້ອງການ ຮສສ ເມືອງ ເປັນຜູ້ຮັບຜິດຊອບຊີ້ນໍາວຽກງານປະກັນສັງຄົມເມືອງ ແລະ ຮັບຟັງການເຜີຍແຜ່ວຽກງານປະກັນສັງຄົມໂດຍທ່ານຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຊິ່ງຈຸດປະສົງໃນການເປີດສູນປະກັນສັງຄົມເມືອງຮຸນໃນຄັ້ງນີ້ ກໍ່ເພື່ອເປັນການອໍານວຍຄວາມສະດວກໃຫ້ຜູ້ປະກັນຕົນປະກັນສັງຄົມຢູ່ເມືອງດັ່ງກ່າວ ແລະ ບັນດາເມືອງອ້ອມຂ້າງ ສາມາດເຂົ້າມາພົວພັນວຽກງານຕ່າງໆໄດ້ ເຊັ່ນ: ການຂື້ນທະບຽນພະນັກງານ-ລັດຖະກອນ, ຜູ້ອອກແຮງງານຢູ່ບັນດາວິສາຫະກິດ ແລະ ຜູ້ສະໝັກໃຈ, ການຮ້ອງຂໍເງິນອຸດໜູນ, ປະສານງານການອອກບັດປະກັນສັງຄົມ, ການມອບຮັບເງິນສົມທົບ ລວມໄປເຖິງການໂຄສະນາເຜີຍແຜ່ສິດຜົນປະໂຫຍດໃນການເຂົ້າເປັນສະມາຊິກປະກັນສັງຄົມພາຍໃຕ້ກົົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)