ໃນຕອນເຊົ້າວັນທີ 19 ມິຖຸນາ 2023 ທີ່ ພະແນກ ຮສສ ແຂວງຈຳປາສັກ, ໄດ້ມີກອງປະຊຸມເຜີຍແຜ່ "ພາລະບົດບາດຫ້ອງການປະກັນສັງຄົມຂັ້ນແຂວງ ແລະ ສູນບໍລິການປະກັນສັງຄົມຂັ້ນເມືອງ" ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອຸດົມສັກ ດີວິໄຊ ຫົວໜ້າພະແນກ ຮສສ ແຂວງຈໍາປາສັກ, ທ່ານ ນາງ ອານົງຮັກ ວ່າງວັນທານຸວົງ ຮອງ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຮສສ ແລະ ທ່ານ ທອງພັນ ໄຊຍາລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມຂອງຜູ້ຕາງໜ້າຈາກບັນດາພະແນກການພາຍໃນແຂວງຈໍາປາສັກ, ພະນັກງານປະກັນສັງຄົມແຂວງ ແລະ ແຂກທີ່ຖືກເຊີນທັງໝົດ 30 ກ່ວາທ່ານ.
ປະທານໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອໃຫ້ທຸກພາກສ່ວນຮັບຮູ້ໜ້າທີ່ບົດບາດ ຂອງຫ້ອງການປະກັນສັງຄົມແຂວງ ເຊິ່ງວຽກງານປະກັນສັງຄົມແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ເຊິ່ງຍາມໃດພັກ-ລັດຖະບານ ກໍໄດ້ເອົາໃຈໃສ່ ເພື່ອໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເພື່ອໃຫ້ສໍາເລັດຕາມຄາດໝາຍ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈໃຫ້ກັບບັນດາພະນັກງານລັດ, ເອກກະຊົນ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ມີຄວາມເຂົ້າໃຈເປັນຢ່າງດີ ແລະ ປົກປ້ອງສິດຜົນປະໂຫຍດຂອງຕົນເອງໃຫ້ຫຼາຍທີ່ສຸດ.
ໃນທີ່ປະຊຸມ ທ່ານ ນາງ ອານົງຮັກ ວ່າງວັນທານຸວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຮສສ ໄດ້ເຜີຍແຜ່ຂໍ້ຕົກລົງສະບັບເລກທີ 4998/ຮສສ, ລັງວັນທີ 9 ທັນວາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຫ້ອງການປະກັນສັງຄົມຂັ້ນແຂວງ. ແລະ ຮັບຟັງການເຜີຍແຜ່ກ່ຽວກັບຂໍ້ຕົກລົງສະບັບເລກທີ 4997/ຮສສ, ລົງວັນທີ 9 ທັນວາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສູນປະກັນສັງຄົມຂັ້ນເມືອງໂດຍ ທ່ານ ທອງພັນ ໄຊຍາລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເຊິ່ງເອກະສານທັງສອງສະບັບແມ່ນໄດ້ກຳນົດສິດ ພາລະບົດບາດ ຂອບເຂດການຄຸ້ມຄອງແຕ່ລະວຽກງານ. ກອງປະຊຸມໄດ້ອັດລົງໃນຕອນບ່າຍຂອງມື້ດຽວກັນ.
ພາບ-ຂ່າວໂດຍ: ຫ້ອງການປະກັນສັງຄົມແຂວງຈຳປາສັກ