ຕອນເຊົ້າຂອງວັນທີ 21 ມິຖຸນາ 2023 ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງສາລະວັນ, ອົງການປະກັນສັງຄົມແຫ່ງຊາດ ສົມທົບກັບ ຫ້ອງການປະກັນສັງຄົມແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ໃຫ້ກັບບັນດາພະແນກການລັດພາຍໃນແຂວງ, ບັນດາຫົວໜ່ວຍວິສາຫະກິດ ແລະ ອໍານາດການປົກຄອງບ້ານໃນເທດສະບານແຂວງ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບົວໄລ ແສນແກ້ວມີກໍ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ ແລະ ທ່ານ ນ. ວັນໄຊ ສຸວັນນະເມທີ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ. ມີຜູ້ເຂົ້າຮ່ວມທັງໝົດ 197 ທ່ານ, ຍິງ 89 ທ່ານ.
ໃນກອງປະຊຸມດັ່ງກ່າວ ທ່ານ ນາງດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສໍາພັນ ອົງການປະກັນສັງຄົມແຫ່ງຊາດ ໄດ້ນຳສະເໜີກົດໜາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ເລກທີ 54/ສພຊ, ຈຸດປະສົງກໍ່ເພື່ອແນໃສ່ໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈເພີ່ມຕື່ມ ກ່ຽວກັບສິດຜົນປະໂຫຍດທີ່ຈະໄດ້ຮັບ ຈາກປະກັນສັງຄົມ ພ້ອມທັງເຂົ້າເຖິງລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນທັງເປັນການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະຜ່ານມາ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)