ໃນວັນທີ 27 ກຸມພາ 2023 ທີ່ ໂຮງແຮມ ເມືອງແທັງ ນະຄອນຫຼວງວຽງຈັນ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມທາບທາມເປີດກ້ວາງການປະກອບຄໍາຄິດຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ຢູ່ ຂັ້ນສູນກາງ ພາຍໃຕ້ການສະໜັບສະໜູນ ຂອງ ອົງການແຮງງານສາກົນ-ສ.ເກົາຫລີ (ILO/Korea). ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຫົວໜ້າຄະນະຊີ້ນໍາລວມການປັບປຸງກົດໝາຍ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຮອງຫົວໜ້າຄະນະຊີ້ນໍາ ການປັບປຸງກົດໝາຍ ພ້ອມດ້ວຍຄະນະ, ມີປະທານກໍາມະທິການວັດທະນາທໍາ-ສັງຄົມ ຂອງ ສະພາປະຊາຊົນ ນະຄອນຫຼວງ ປະຈໍາເຂດເລືອກຕັ້ງທີ I, ມີຜູ້ຕາງໜ້າຈາກບັນດາກົມຈັດຕັ້ງ-ພະນັກງານ ຂອງ ພັກ ແລະ ກະຊວງຂອງລັດຖະບານ ຈໍານວນ 45 ພາກສ່ວນ, ບັນດາພະແນກການ, ໂຮງໝໍຂັ້ນສູນກາງ, ທະນາຄານ, ວິສາຫະກິດ ແລະ ອົງການຈັດຕັ້ງສາກົນ ລວມທັງໝົດ 100 ກວ່າທ່ານ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ ປະທານກອງປະຊຸມ, ກ່າວວ່າ: ກອງປະຊຸມທາບທາມຄັ້ງນີ້ ໄດ້ໄຂຂື້ນໃນທາມກາງບັນຍາກາດທີ່ທົ່ວພັກທົ່ວລັດ ແລະ ປວງຊົນລາວບັນດາເຜົ່າ ພວມເຄັ່ງຮ້ອນຜັນຂະຫຍາຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພວມຄຸ້ນຄ້ຽວການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຂອງພັກ ຂອງ ຄະນະພັກກະຊວງ ກໍ່ຄື ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 05 ປີ, ຊຶ່ງກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດມາໄລຍະດົນສົມຄວນ, ບັນດາກຸ່ມເປົ້າໝາຍກໍ່ໄດ້ຮັບຜົນປະໂຫຍດການຄຸ້ມຄອງພາຍໃຕ້ກົດໝາຍ, ລະບົບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍ່ຕາມ ກົດໝາຍສະບັບດັ່ງກ່າວກໍ່ມີຄວາມຈໍາເປັນໃນການປັບປຸງ ດ້ວຍຄວາມເປັນເຈົ້າການຂອງຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ການປະກອບຄໍາຄິດເຫັນໃນກອງປະຊຸມທາບທາມເປີດກ້ວາງການປັບປຸງຮ່າງເນື້ອໃນກົດໝາຍ ທີ່ຈະໄດ້ຈັດຂື້ນທັງໃນຂັ້ນສູນກາງ ພາກເໜືອ ພາກກາງ ແລະ ພາກໃຕ້ ເພື່ອເປັນຂໍ້ມູນປະກອບເຂົ້າໃນການຄົ້ນຄ້ວາປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອຮັບປະກັນໃຫ້ກອງທຶນມີຄວາມໝັ້ນຄົງ ແລະ ຍື່ນຍົງ ຄຽງຄູ່ກັບການຫຼຸດບັນຫາຊ່ອງຫວ່າງຂອງກົດໝາຍ.
ພາຍໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີຫຍໍ້ ກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ, ໂດຍ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ທັງເປັນຮອງຫົວໜ້າ ຄະນະວິຊາການປັບປຸງກົດໝາຍ, ຊຶ່ງທ່ານໄດ້ສະແດງໃຫ້ເຫັນຮ່າງເນື້ອໃນກົດໝາຍທີ່ອາດໄດ້ມີການປັບປຸງ ພ້ອມທັງຊີ້ແຈງກ່ຽວກັບຄວາມຈໍາເປັນຂອງການປັບປຸງບາງເນື້ອໃນ ແລະ ຂໍ້ກໍານົດໃນກົດໝາຍ ເພື່ອໃຫ້ສອດຄ່ອງ ແລະ ເໝາະສົມ ກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ເປັນຕົ້ນແມ່ນ: ການປະຕິບັດຄະແນນນະໂຍບາຍ ສໍາລັບຜູ້ທີ່ເຂົ້າປະກັນສັງຄົມຊ້າ ທີ່ມີອາຍຸເກີນ 30 ປີຂື້ນໄປ ຊຶ່ງຂໍ້ກໍານົດດັ່ງກ່າວ ອາດຈະບໍ່ເປັນການສົ່ງເສີມໃຫ້ກຸ່ມເປົ້າໝາຍເຂົ້າສູ່ລະບົບປະກັນສັງຄົມໃຫ້ໄວຂື້ນ, ຄຽງຄູ່ກັບການຖອດຖອນບົດຮຽນ ແລະ ສົມທຽບກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ກໍ່ຄື ການປະຕິບັດອຸດໜູນຕ່າງໆ ຂອງ ບັນດາປະເທດອາຊຽນ ແລະ ໃນໂລກ. ກອງປະຊຸມ ໄດ້ມີການປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍໃນຫຼາຍບັນຫາຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ, ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງວຽກງານທີ່ຕິດພັນ ໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຮອງຫົວໜ້າຄະນະຊີ້ນໍາ ການປັບປຸງກົດໝາຍ ພ້ອມທັງຮັບເອົາບັນດາຂໍ້ສະເໜີຂອງບັນດາຜູ້ແທນ ເພື່ອປະກອບເຂົ້າໃນການຄົ້ນຄວ້າ ປັບປຸງ ຮ່າງກົດໝາຍ ແລະ ວຽກງານດ້ານວິຊານການ ເວົ້າລວມ ເວົ້າສະເພາະ ກໍ່ຄື ການໃຫ້ບໍລິການ ແລະ ຂອດປະສານງານຂອງປະກັນສັງຄົມ ແລະ ໂຮງໝໍ ໃຫ້ນັບມື້ນັບເປັນທີ່ເພິ່ງພໍໃຈແກ່ສັງຄົມຍິ່ງຂື້ນ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນເຂົ້າໃນຮ່າງກົດໝາຍ, ພ້ອມກັນນັ້ນ ທ່ານໄດ້ກ່າວຕື່ມອີກວ່າ: ການປະກັນສັງຄົມ ເເມ່ນເປັນວຽກງານໜຶ່ງທີ່ຂື້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງເປັນແນວທາງນະໂຍບາຍຂອງພັກ-ລັດຖະບານ ເປັນອົງກອນທີ່ບໍ່ໄດ້ຫວັງຜົນກໍາໄລ, ເປັນລະບົບທີ່ມີການສະເລ່ຍຄວາມສ່ຽງ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນພາຍໃນສັງຄົມ ສະແດງອອກຈາກການປິ່ນປົວສຸຂະພາບ ຄົນທີ່ແຂງແຮງ ຊ່ວຍເຫຼືອຄົນທີ່ເຈັບປ່ວຍ, ຄ້ຳປະກັນສິດຜົນປະໂຫຍດຂັ້ນພື້ນຖານໃນການດໍາລົງຊີວິດແກ່ກຸ່ມເປົ້າໝາຍທັງພາກລັດ, ພາກວິສາຫະກິດ ແລະ ພາກສະໝັກໃຈ ດ້ວຍການສະໜອງອຸດໜູນຕ່າງໆ ເຊັ່ນ: ການປະກັນສຸຂະພາບ, ອຸດໜູນອຸປະຕິເຫດແຮງງານ, ອອກລູກ, ປ່ວຍການ, ເສຍກໍາລັງແຮງງານ, ບໍານານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ ສໍາລັບຫົວໜ່ວຍວິສາຫະກິດ. ນອກນັ້ນ ປະທານ ຍັງໄດ້ຮຽກຮ້ອງໃຫ້ບັນດາຜຸ້ແທນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄ້ວາບັນດານິຕິກໍາ, ກົດໝາຍປະກັນສັງຄົມ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ຫຼື ປະສານຫາປະກັນສັງຄົມ ຜ່ານເບີສາຍດ່ວນ: 1508 ໃນໂມງລັດຖະການ ເພື່ອຂໍຂໍ້ມູນ ຫຼື ໃຫ້ທີມງານໂຄສະນາລົງໃຫ້ຂໍ້ມູນເຖິງສະຖານທີ່ໂດຍບໍ່ເສຍຄ່າ ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ ກໍ່ຄື ພະນັກງານພາຍໃນອົງກອນຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ວຽກງານດັ່ງກ່າວໃຫ້ຫຼາຍຂື້ນ.