


ອົງການປະກັນສັງຄົມແຫ່ງຊາດໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງວຽກງານປະກັນສັງຄົມໃຫ້ແກ່ພະນັກງານແຮງງານ ແລະ ສະຫວັດດີການສັງຄົມ ຂອງນະຄອນຫຼວງວຽງຈັນ ແລະ ແຂວງ ວຽງຈັນ ໃນລະຫວ່າງວັນທີ 15-16 ຕຸລາ 2025 ທີ່ ເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດຝຶກອົບຮົມ ໂດຍການເຂົ້າຮ່ວມຂອງຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຄະນະຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ພະນັກງານຫ້ອງການປະກັນສັງຄົມແຂວງ, ສູນປະກັນສັງຄົມເມືອງວັງວຽງ ພ້ອມດ້ວຍພະນັກງານຂອງອົງການປະກັນສັງຄົມແຫ່ງຊາດ ທັງໝົດ 52 ທ່ານ, ຍິງ 22 ທ່ານ.
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ໂດຍຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງວຽກງານປະກັນສັງຄົມ ກໍ່ຄືການພັດທະນາບຸກຄະລາກອນທີ່ຮັບຜິດຊອບວຽກງານປະກັນສັງຄົມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານປະກັນສັງຄົມມີປະສິດທິພາບ ແລະ ປະສິດທິຜົນ, ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍການປະກັນສັງຄົມ.
ພະນັກງານທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຍຸດທະສາດແຫ່ງຊາດກ່ຽວກັບການປົກປ້ອງສັງຄົມ, ກົດໝາຍວ່າດ້ວຍການປະກັນສັງຄົມ, ວຽກງານໂຄສະນາປະຊາສໍາພັນ, ທະບຽນ-ເງິນສົມທົບ ແລະ ການຈັດຕັ້ງປະຕິບັດວຽກງານອຸດໜູນໃຫ້ແກ່ສະມາຊິກປະກັນສັງຄົມ ເຊັ່ນ: ການເຜີຍແຜ່ຂໍ້ມູນກ່ຽວກັບສິດຜົນປະໂຫຍດຂອງການເຂົ້າເປັນສະມາຊິກປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມ ສະບັບເລກທີ 54, ການຮັບ-ກວດເອກະສານຂຶ້ນທະບຽນໃຫ້ຖືກຕ້ອງ, ການແຈກຍາຍບັດປະກັນສັງຄົມ, ການຮັບ-ກວດເອກະສານຂໍຮັບອຸດໜູນປະເພດຕ່າງໆ ແລະ ການບໍລິການອທີ່ຕິດພັນກັບວຽກປະກັນສັງຄົມ. ນອກຈາກນີ້້, ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບຕົວຈິງໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ.
ຊຸດຝຶກອົບຮົມຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກ ອົງການແຮງງານສາກົນ ພາຍໃຕ້ໂຄງການ UNDESA ແລະ ອົງການປະກັນສັງຄົມແຫ່ງຊາດ.