



ໃນຕອນເຊົ້າຂອງວັນທີ 11 ພະຈິກ 2025 ຢູ່ທີ່ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ວຽກງານປະກັນສັງຄົມຂຶ້ນ "ຫົວຂໍ້: ອຸດໜູນບຳນານ", ກ່າວເປີດພິທີໂດຍແມ່ນ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ. ມີຜູ້ເຂົ້າຮ່ວມທີ່ມາຈາກພາກວິສາຫະກິດ ໂດຍສະເພາະແມ່ນຜູ້ຮັບຜິດຊອບວຽກບຸກຄະລາກອນ.
ໃນກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີ ນະໂຍບາຍລວມຂອງລະບົບປະກັນສັງຄົມ ຈາກ ທ່ານ ນາງ ຄຸດທະວັນ ອັກຄະຣາດ, ຫົວໜ້າພະແນກ ໂຄສະນາປະຊາສຳພັນ, ເຊິ່ງໄດ້ລົງເລິກເຖິງຊຸດຜົນປະໂຫຍດ ທີ່ປະກັນສັງຄົມໃຫ້ການຄຸ້ມຄອງຜູ້ປະກັນຕົນ ແລະ ຜູ້ເກີດສິດຕາມ. ຕໍ່ມາ ກໍ່ໄດ້ຮັບຟັງຂັ້ນຕອນ ແລະ ວິທີການຄິດໄລ່ເງິນອຸດໜູນບຳນານ ໂດຍແມ່ນ ທ່ານ ນາງ ສົມບັດ ສອນວິລັດ, ຫົວໜ້າ ຂະແໜງ ສັງກັດພະແນກອຸດໜູນ ເຊິ່ງໄດ້ຍົກຕົວຢ່າງທີ່ເປັນຂໍ້ມູນຈິງບາງຜູ້ປະກັນຕົນ ທີ່ໄດ້ຮັບບຳນານໄປແລ້ວ ໂດຍສົມທຽບໃຫ້ເຫັນເຖິງການແຈ້ງເງິນເດືອນປະກັນຕົນຕໍ່າ ແລະ ສູງ ທີ່ໄດ້ຮັບຈໍານວນເງິນເດືອນບຳນານທີ່ແຕກຕ່າງກັນ, ນອກນີ້ ກໍ່ໄດ້ຊີ້ແຈງເຖິງກໍລະນີຢາກໃຫ້ມີການຄິດໄລ່ເງິນບຳນານລ່ວງໜ້າ ແມ່ນບໍ່ສາມາດຄິດໄລ່ໄດ້ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເປັນເອກະພາບກັນ.