



ກອງປະຊຸມສະພາບໍລິຫານ ຂອງ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຄັ້ງທີ XXIII ໄດ້ໄຂຂຶ້ນເປັນເປັນທາງການ ໃນຕອນບ່າຍຂອງວັນທີ 19 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນ ປະທານສະພາບໍລິຫານ ຂອງ ອົງການປະກັນສັງຄົມແຫ່ງຊາດ, ມີຮອງປະທານ, ບັນດາຄະນະກໍາມະການ, ຄະນະ ອປຊ ແລະ ຄະນະພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດທິດຊີ້ນໍາກອງປະຊຸມສະພາບໍລິຫານຄັ້ງທີ່ຜ່ານມາ ແລະ ການປະຕິບັດວຽກງານປະກັນສັງຄົມ ປະຈໍາ 09 ເດືອນ ແລະ ທິດທາງແຜນການປະຈໍາ 03 ເດືອນ ທ້າຍປີ 2026, ເຊິ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 09 ເດືອນ ໄດ້ລົງໂຄສະນາ-ປະຊາສຳພັນໄດ້ 1,222 ຄັ້ງ ເທົ່າກັບ 78% ຂອງແຜນປີ, ຂື້ນທະບຽນຫົວໜ່ວຍວິສາຫະກິດໃໝ່ 1,094 ຫົວໜ່ວຍ, ຂື້ນທະບຽນຜູ້ປະກັນຕົນໃໝ່ 47,166 ຄົນ (ພະນັກງານ-ລັດຖະກອນ 1,625 ຄົນ, ຜູ້ອອກແຮງງານໃນວິສາຫະກິດ 35,578 ຄົນ ແລະ ຜູ້ປະກອບອາຊີບສ່ວນບຸກຄົນ 7,780 ຄົນ) ເທົ່າກັບ 50% ຂອງແຜນປີ, ປັດຈຸບັນ ມີຜູ້ປະກັນຕົນໃນລະບົບທັງໝົດ 407,709 ຄົນ ແລະ ມີຫົວໜ່ວຍວິສາຫະກິດຈ່າຍເງິນສົມທົບ 7,310 ຫົວໜ່ວຍ; ໄດ້ພິຈາລະນາ ແລະ ຈ່າຍອຸດໜູນປະເພດຕ່າງໆ 90,401 ເທື່ອຄົນ (588,576 ເທື່ອຈ່າຍ), ຜູ້ເກີດສິດປິ່ນປົວສຸຂະພາບ ພ້ອມດ້ວຍຄອບຄົວ 929,613 ຄົນ (ບໍ່ລວມ ປກສ, ປກຊ). ສໍາລັບວຽກງານຈຸດສຸມ: ໄດ້ສຳເລັດການມອບ-ຮັບ ວຽກງານປະກັນສຸຂະພາບ ຄືນໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສໍາເລັດການເຊັນສັນຍາ ກັບ ໂຮງໝໍສູນກາງ 05 ແຫ່ງ, ໂຮງໝໍແຂວງ 17 ແຫ່ງ ແລະ 135 ເມືອງທົ່ວປະເທດ ພ້ອມທັງເລີ່ມເຜີຍແຜ່ໃຫ້ພາກສ່ວນຕ່າງໆ ໄດ້ຮັບຮູ້ຢ່າງກວ້າງຂວາງ, ສຳເລັດການຈັດຝຶກອົບຮົມເຈົ້າໜ້າທີ່ກວດກາປະກັນສັງຄົມ ຂັ້ນສູນກາງ ແລະ ຂັ້ນແຂວງ, ສໍາເລັດການຝຶກອົບຮົມການນໍາໃຊ້ແອັບປະກັນສັງຄົມ ແລະ ການຊໍາລະເງິນພາກວິສາຫະກິດຜ່ານລະບົບທະນາຄານ ລາວ-ຫວຽດ, ໄດ້ຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ພັດທະນາ ແລະ ຂະຫຍາຍລະບົບຊຳລະເງິນສົມທົບ/ແອັບປະກັນສັງຄົມ ແລະ ລະບົບຂໍ້ມູນການແພດ ATD ຢູ່ໂຮງໝໍຄູ່ສັນຍາທົ່ວປະເທດ ແລະ ອື່ນໆ. ຄຽງຄູ່ກັບຜົນສໍາເລັດ ຍັງມີສິ່ງທ້າທາຍບາງດ້ານ ເປັນຕົ້ນ ການຂະຫຍາຍການປົກຄຸມຜູ້ປະກັນຕົນໃໝ່ ແລະ ເກັບເງິນສົມທົບ ຢູ່ ບາງແຂວງຍັງປະຕິບັດໄດ້ຕໍ່າ, ການທວງໜີ້ເງິນສົມທົບຄ້າງຈ່າຍຈາກວິສາຫະກິດ ແລະ ຜູ້ສະໝັກໃຈ ຍັງພົບບາງຄວາມຫຍຸ້ງຍາກ ຍ້ອນວິສາຫະກິດມີການປ່ຽນແປງ ແລະ ບັນຫາສະພາບເສດຖະກິດ.
ໃນຕອນທ້າຍ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວເນັ້ນຕື່ມວ່າ: ວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ແມ່ນຖືເປັນຫົວໃຈສຳຄັນໃນການຮັບປະກັນຄວາມໝັ້ນຄົງທາງດ້ານຊີວິດການເປັນຢູ່ ຂອງ ຜູ້ອອກແຮງງານທົ່ວສັງຄົມ. ດັ່ງນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເພີ່ມຄວາມຮັບຜິດຊອບສູງຂື້ນ, ເດັດດ່ຽວແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ເສີມຂະຫຍາຍຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດຕົວຈິງ ແລະ ຖືເອົາຜົນປະໂຫຍດຂອງຜູ້ປະກັນຕົນເປັນສູນກາງ ເພື່ອໃຫ້ລະບົບດັ່ງກ່າວມີຄວາມເຂັ້ມແຂງ, ຍືນຍົງ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.