



ໃນລະຫວ່າງວັນທີ 24-25 ພະຈິກ 2025 ທີ່ ຫ້ອງປະຊຸມປົກຄອງ ນະຄອນປາກເຊ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດບັ້ນຝຶກອົບຮົມວຽກປະກັນສັງຄົມ ໃຫ້ພະນັກງານ ຮສສ ເມືອງ ໂດຍການສະໜັບສະໜູນຂອງ ອົງການແຮງງານສາກົນ ພາຍໃຕ້ໂຄງການ UNDESA, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ປອ ບົວເພັດ ສີບຸນເຮືອງ ຮອງຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຈໍາປາສັກ, ມີ ຮອງຫົວໜ້າພະແນກ ຮສສ ແຂວງສະຫວັນນະເຂດ, ບັນດາ ຄະນະຫ້ອງການ ຮສສ ເມືອງ 02 ແຂວງ, ຫປສ ແຂວງ ແລະ ສປສ ເມືອງ ເຂົ້າຮ່ວມທັງໝົດ 66 ທ່ານ.
ຈຸດປະສົງ ກໍ່ເພື່ອເສີມສ້າງຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດວຽກປະກັນສັງຄົມເວົ້າລວມ ເວົ້າສະເພາະ ກໍ່ຄືການຈັດຕັ້ງປະຕິບັດວຽກໂຄສະນາປະຊາສໍາພັນ, ວຽກທະບຽນ-ເງິນສົມທົບ ແລະ ວຽກອຸດໜູນ ໃຫ້ກັບພະນັກງານ-ລັດຖະກອນ ທີ່ຮັບຜິດຊອບຊ່ວຍວຽກປະກັນສັງຄົມຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບກັນ ໂດຍສະເພາະ ການເຜີຍແຜ່ຂໍ້ມູນປະກັນສັງຄົມ ກ່ຽວກັບສິດຜົນປະໂຫຍດຂອງການເຂົ້າເປັນສະມາຊິກປະກັນສັງຄົມພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54, ການຮັບ-ກວດເອກະສານຂຶ້ນທະບຽນໃຫ້ຖືກຕ້ອງ, ການຮັບ-ກວດເອກະສານຂໍຮັບອຸດໜູນປະເພດຕ່າງໆ, ການແຈກຍາຍແບບຟອມ, ແຈກຍາຍບັດປະກັນສັງຄົມ ແລະ ການບໍລິການອື່ນໆ ທີ່ຕິດພັນກັບວຽກປະກັນສັງຄົມ, ທັງນີ້ກໍ່ເພື່ອຮັບປະກັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກັນຕົນໃນສະໜອງບັນດາອຸດໜູນຕາມແຕ່ລະເງື່ອນໄຂໃຫ້ແກ່ຜູ້ປະກັນຕົນ ແລະ ເພື່ອສ້າງຄວາມສະດວກ ວ່ອງໄວ ຄວາມເພິ່ງພໍໃຈໃຫ້ກັບຜູ້ມາໃຊ້ບໍລິການ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີຈາກທິມງານຄູຝຶກໃນ 3 ຂະແໜງວຽກປະກັນສັງຄົມ ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງມີການປະກອບຄໍາຄິດເຫັນ ແລະ ກິດຈະກໍາເປັນກຸ່ມເພື່ອລະດົມສະໝອງເຂົ້າໃນບັນຫາສໍາຄັນ ເຊິ່ງຈະເປັນບົດຮຽນໃຫ້ກັບສໍາມະນາກອນນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງຢ່າງມີຜົນສໍາເລັດ.