



ເພື່ອປັບປຸງຄຸນນະພາບການບໍລິການປິ່ນປົວສຸຂະພາບ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບ ໃຫ້ແກ່ສາມະຊິກປະກັນສັງຄົມ ໃຫ້ມີຄວາມເປັນເອກະພາບ.
ໃນຕອນບ່າຍຂອງວັນທີ 17/07/2026 ທີ່ ໂຮງແຮມລາວພລາຊາ ໄດ້ຈັດພິທີລົງນາມເຊັນສັນຍາ ການບໍລິການປິ່ນປົວສຸຂະພາບ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ກັບ ໂຮງໝໍສູນກາງ ແລະ ບັນດາໂຮງໝໍເມືອງ ອ້ອມຂ້າງນະຄອນຫຼວງວຽງຈັນ, ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານແລະສະຫວັດດີການສັງຄົມ ທັງເປັນຮອງປະທານສະພາບໍລິຫານ ອປຊ ແລະ ທ່ານ ນາງ ອາພອນ ວິຊາເທບ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ເປັນກຽດລົງນາມເຊັນສັນຍາໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ບັນດາຄະນະອຳນວຍການຂອງ 05 ໂຮງໝໍສູນກາງ: ໂຮງໝໍ 103, ມະໂຫສົດ, ເສດຖາທິຣາດ, ມິດຕະພາບ, ໂຮງໝໍເດັກ ແລະ 09 ໂຮງໝໍເມືອງ ອ້ອມຂ້າງນະຄອນຫລວງວຽງຈັນ, ຍັງມີບັນດາຄະນະຮັບຜິດຊອບຄົ້ນຄວ້າການໂຮມວຽກງານປະກັນສຸຂະພາບ, ຕາງໜ້າຈາກສະພາແຫ່ງຊາດ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການ ສນຍ, ກະຊວງຍຸຕິທຳ, ກະຊວງການເງິນ, ກະຊວງ ປກສ, ກະຊວງ ປກຊ, ກະຊວງ ຮສສ, ກະຊວງ ສາທາລະນະສຸກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສູນກາງກຳມະການລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.
ຈຸດປະສົງຂອງສັນຍາດັ່ງກ່າວ ແມ່ນເພື່ອເອກະພາບໜ້າທີ່ຮັບຜິດຊອບ ຂອງ ອົງການປະກັນສັງຄົມ ໃນນາມ ເປັນຜູ້ຊື້ບໍລິການທາງການແພດ ແລະ ບັນດາໂຮງໝໍເປັນຜູ້ໃຫ້ບໍລິການທາງການແພດ ແກ່ສາມະຊິກປະກັນສັງຄົມ ຊື່ງຈະມີຜົນຈັດຕັ້ງປະຕິບັດແຕ່ວັນທີ 01 ກໍລະກົດ 2026 ເປັນຕົ້ນໄປ