ວັນທີ 26 ສິງຫາ 2026 ນີ້, ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ ໄດ້ມີພິທີ ເຊັນບົດບັນທຶກຊ່ວຍຈໍາແຮກສ່ຽວ ລະຫວ່າງ ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ ຄຳໄຊ ເຊຍຢີ້ງຢ່າງ ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ມີຫົວໜ້າຫ້ອງການຊາວໜຸ່ມກອງທັບ, ເລຂາຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ເລຂາທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ຫົວໜ້າກົມຈັດຕັ້ງ ສຊປລ, ມີຕາງໜ້າຈາກ ສຊປລ, ສະມາຄົມນັກທຸລະກິດໜຸ່ມ, ຄະນະບໍລິຫານ ງານຊາວໜຸ່ມແຮກສ່ຽວ ຈາກບັນດາກະຊວງ ແລະ ນະຄອນຫຼວງວຽງຈັນ, ຫ້ອງການສະຫະພັນແມ່ຍິງກອງທັບ, ຫ້ອງການກຳມະບານກອງທັບ, ຄະນະພັກ-ຄະນະບັນຊາ, ກົມ, ກອງ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ ກົມກອງເຂດໃຈກາງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
 
ໃນພິທີ ພາຍຫຼັງໄດ້ຮັບຊົມລາຍການສະແດງ ຂອງສິລະປະຊາວໜຸ່ມ ຂອງ 2 ກະຊວງ, ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ຫ້ອງການຊາວໜຸ່ມກອງທັບ ແຮກສ່ຽວ ກັບ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຈາກນັ້ນ, ສະຫາຍ ຄອນສີ ມະຫາວົງ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານມະຕິຕົກລົງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມທັງ ຜ່ານບົດບັນທຶກຊ່ວຍຈໍາ ວ່າດ້ວຍສັນຍາແຮກສ່ຽວ ລະຫວ່າງ ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
 
ຈຸດປະສົງໃນການເຊັນບົດບັນທຶກຄັ້ງນີ້ ເພື່ອຍົກສູງບົດບາດການນໍາພາ-ຊີ້ນໍາ ຂອງສອງກະຊວງ ດ້ວຍການຮ່ວມມືກັນສຶກສາອົບຮົມການເມືອງ-ນໍາພາແນວຄິດ, ວິຊາສະເພາະ, ທັດສະນະສຶກສາມູນເຊື້ອທາງປະຫວັດສາດ, ວັດທະນະທຳ ໃຫ້ແກ່ສະມາຊິກຊາວໜຸ່ມ ຂອງ 2 ພາກສ່ວນ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບການຕ່າງໆ ສາມາດຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານ ໃຫ້ສອດຄ່ອງກົມກຽວກັນ ລະຫວ່າງ 2 ກະຊວງ; ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີຮັກແພງ ຂອງຊາວໜຸ່ມທັງ 2 ພາກສ່ວນ ໃຫ້ກ້າວເຂົ້າສູ່ລວງເລິກ, ໜັກແໜ້ນ ແລະ ມີຈຸດສຸມ ຕິດພັນກັບການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະ ພັດທະນາ, ຂະບວນການຊາວໜຸ່ມ ຂອງ 2 ກະຊວງ ແລະ ຂະບວນການ 4 ບຸກ ຂອງຊາວໜຸ່ມໃຫ້ປະກົດຜົນເປັນຈິງ, ສ້າງໂອກາດໃຫ້ສະມາຊິກຊາວໜຸ່ມຮູ້ນໍາໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ໃນຖັນແຖວພະນັກງານ-ສະມາຊິກຊາວໜຸ່ມ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງຕົນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສັງຄົມ ໃນຮູບແບບຕ່າງໆ ພ້ອມທັງຈະໄດ້ຮ່ວມກັນເຄື່ອນໄຫວວຽກງານຂະບວນການຕ່າງໆ, ມີພັນທະ ຂອງຄະນະຊາວໜຸ່ມ 2 ກະຊວງ ແລະ ກຳນົດໂຄງການ ຫຼື ກິດຈະກຳທີ່ກຳນົດຮ່ວມກັນ.
 
ໂອກາດນີ້, ທັງສອງກະຊວງ ໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາແຮກສ່ຽວ ລະຫວ່າງ ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢ່າງເປັນທາງການ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)